- YesPls - Seller Center ເປັນແອັບພລີເຄຊັ່ນ ຂາຍເຄື່ອງອອນລາຍຂອງຄົນລາວຍຸກໃໝ່ ເປັນຊ່ອງທາງໃໝ່ໃນການເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ອີກຫລາຍເທົ່າໂຕ, ສາມາດຂາຍໄດ້ທຸກທີ່ທຸກເວລາ. ສາມາດສະໝັກຂາຍໄດ້ຟຣີ, ມີຄວາມສະດວກສະບາຍໃນການຂາຍ, ສາມາດເພີ່ມສິນຄ້າ-ລາຍລະອຽດສິນຄ້າ, ການຮັບການສັ່ງຊື້ ແລະ ຮັບການຊໍາລະເງິນຈາກລູກຄ້າ ແບບອອນລາຍ ຫຼື ຊຳລະປາຍທາງ, ສມາດຈັດການກັບ stock ໄປຈົນເຖິງຕິດຕາມການຂົນສົ່ງແບບ reak time ພາຍໃນແອັບດຽວ.
ດາວໂຫລດ ແລະ ລົງທະບຽນເພື່ອໃຫ້ຜູ້ຄົນທົ່ວປະເທດລາວເຫັນສິນຄ້າຢ່າງງ່າຍດາຍໄດ້ເລີຍ.
#ລົງທະບຽນກັບພວກເຮົາ ຈະໄດ້ຮັບ:
1 ລົງທະບຽນຟຣີ
2 ປຶກສາ ແລະ ຝຶກອົບຮົມ ການນຳໃຊ້ແອັບເພື່ອເພີ່ມສິນຄ້າ ແລະ ຈັດການຄຳສັ່ງຊື້ໄດ້ຟຣີ
3 ສ້າງ Campaign ໂຄສະນາ ໃຫ້ຮ້ານຄ້າຟຣີ
#ຜູ້ຂາຍໃນແອັບພວກເຮົາ ມີຫລາກຫລາຍ ຄື:
1 Yespls -ຮ້ານຄ້າທົ່ວໄປ ເປັນຜູ້ຂາຍສິນຄ້າທົ່ວໄປໃນປະເທດລາວ.
2 Yesmall-ຮ້ານຄ້າເຢສມໍ ເປັນສິນຄ້າລິຂະສິດແທ້ 100%
3 Yeslao ຜູ້ຂາຍຜະລິດຕະພັນລາວ
4 Yescare ຜູ້ຂາຍສິນຄ້າ ທີ່ເຮັດຈາກຝີມືຂອງຜູ້ເສຍອົງຄະ
#ແອັບພວກເຮົາ ມີຂັ້ນຕອນການນໍາໃຊ້ ງ່າຍໆ ດັ່ງນີ້:
1 ການລົງທະບຽນ
2 ການອັບສິນຄ້າລົງ
3 ການຮັບອໍເດີ
4 ການຄວບຄຸມການຈັດສົ່ງ
5 ການຈັດການ ແລະ ກວດເຊັກ stock
6 ການຕິດຕາມສິນຄ້າ
7 ການຮັບການຊໍາລະເງິນອອນລາຍ
8 ການຮັບຊຳລະເງິນປາຍທາງ COD